ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ສົ່ງ​ອອກ​ສິນຄ້າຂອງສິງກະໂປ ເພີ່ມ​ຂຶ້ນ​ສູງ​ເກີນ​ຄາດໝາຍ

     ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໃຫ້​ຮູ້​ ວັນ​ທີ 16 ກຸມພາ 2024 ນີ້​ວ່າ: ການ​ສົ່ງ​ອອກສິນຄ້າ ​ທີ່​ບໍ່​ລວມ ນ້ຳມັນ ຂອງ​ສິງກະໂປ ໄດ້​ຂະ
ຫຍາຍຕົວ​ເພີ່ມ​ຂຶ້ນ 16,8% ໃນ​ເດືອນ​ມັງກອນ ທີ່​ຜ່ານ​ມາ ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນກັບ​ປີ​ກາຍ ຍ້ອນ​ໄດ້​ຮັບ​ແຮງ​ສະໜັບສະໜູນ
​ຈາກ​ການ​ຂະຫຍາຍຕົວ​ທາງ​ດ້ານ​ຜະລິດ​ຕະ​ພັນ​ເອ​ເລັກ​ໂຕຣ​ນິກ ແລະ ສິນຄ້າ​ທີ່​ບໍ່​ຢູ່​ໃນ​ກຸ່ມ ເອ​ເລັກ​ໂຕຣ​ນິກ. ເມື່ອ​ທຽບໃສ່ ລາຍ​ເດືອນ,
ການ​ຂະຫຍາຍຕົວ​ດ້ານ​ການ​ສົ່ງ​ອອກສິນຄ້າ ແມ່ນ​ເພີ່ມ​ຂຶ້ນ 5,4%, ເຊິ່ງ​ກົງກັນຂ້າມ​ກັບ​ການ​ຫົດ​ຕົວເຂົ້າ 1,5% ໃນ​ເດືອນ​ທັນວາ ປີ
ຜ່ານມາ​ນີ້. ການ​ສົ່ງ​ອອກ​ສິນຄ້າ​ທົ່ວ​ໄປ ທີ່​ຜະລິດ​ພາຍ​ໃນ​ປະເທດ ຍົກເວັ້ນ​ນ້ຳມັນ (Nodx) ໃນ​ເດືອນ ມັງກອນ ແມ່ນ​ມີ​ມູນ​ຄ່າ 13,3
ຕື້​ໂດ​ລາ​ສິງກະໂປ ເມື່ອ​ທຽບໃສ່ ເດືອນ​ທັນວາ ປີ​ກາຍ​ນີ້ 15,5 ຕື້​ໂດ​ລາ​ສິງກະໂປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/02/2024